ຂໍ້ມູນທາງດ້ານພູມສາດ ເພື່ອການວາງແຜນພັດທະນາ

ຄົ້ນຫາ, ປ້ອນ, ວິເຄາະ ແລະ ດາວໂຫຼດ ຂໍ້ມູນທາງພູມສາດ, ທີ່ມີການເຊື່ອມໂຍງກັນ ຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ

 

ສະໜັບສະໜູນການຕັດສິນບັນຫາຜ່ານການນຳໃຊ້ ຊຸດເຄື່ອງມື ຊອກຄົ້ນຂໍ້ມູນ ແລະ ຂ່າວສານ

ເວທີ  ແລກປ່ຽນຂໍ້ມູນ-ຂ່າວສານ ດັ່ງກ່າວນີ້ ໃຫ້ຄວາມສະດວກໃນການເຂົ້າເຖິງ ຂໍ້ມູນທາງດ້ານພູມສາດທີ່ເຊື່ອມສານເຂົ້າກັນຢ່າງຮອບດ້ານຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ເພື່ອຊ່ວຍເປັນບ່ອນອີງທີ່ສຳຄັນໃຫ້ແກ່ການຕັດສິນບັນຫາ ກ່ຽວກັບ ການຄຸ້ມຄອງທີ່ດິນ.

ນຳໃຊ້ເຄື່ອງມືດັ່ງລຸ່ມນີ້ ເພື່ອການຄົ້ນຫາ, ປ້ອນ, ວິເຄາະ ແລະ ດາວໂຫຼດ ຂໍ້ມູນ.

ເຄື່ອງມືສ້າງແຜນທີ່

ຄົ້ນຫາຊັ້ນຂໍ້ມູນແຜນທີ່ທີ່ແຕກຕ່າງກັນ, ແລະ ລວມຊັ້ນຂໍ້ມູນ ແຜນທີ່ເຫຼົ່ານັ້ນເຂົ້າກັນ ເພື່ອສ້າງເປັນແຜນທີ່ຕາມຄວາມຕ້ອງການ.

ເຄື່ອງມືວິເຄາະຂໍ້ມູນດ້ານແຜນທີ່

ແຕ້ມຂອບເຂດພື້ນທີ່ ທີ່ທ່ານສົນໃຈເທີງແຜນທີ່ ແລະ ຮັບລາຍລະອຽດ ຜົນໄດ້ຮັບຈາກການວິເຄາະຂໍ້ມູນທາງດ້ານເສດຖະກິດ ແລະ ສັງຄົມໃນ ພື້ນທີ່ດັ່ງກ່າວ

ເບິ່ງຂອບເຂດພື້ນທີ່ ທີ່ມີເປົ້າໝາຍການນຳໃຊ້ທີ່ຫຼາກຫຼາຍແຕກຕ່າງກັນ, ສົມທຽບແຜນການນຳໃຊ້ທີ່ດິນ ກັບ ສະພາບຕົວຈິງໃນປັດຈຸບັນ, ເບິ່ງການປ່ຽນແປງການນຳໃຊ້ທີ່ດິນຕາມແຕ່ໄລຍະ ແລະ ລະບຸຂໍ້ມູນດ້ານຄວາມສ່ຽງຂອງພື້ນທີ່ ທີ່ສົນໃຈ.

ຕົວຊີ້ວັດດ້ານການພັດທະນາ

ດຶງຂໍ້ມູນ, ເລຶອກຂໍ້ມູນ, ເບິ່ງຂໍ້ມູນ ແລະ ດາວໂຫຼດຂໍ້ມູນ ທີ່ເປັນຕົວຊີ້ວັດທາງດ້ານສະຖະຕິ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ.

ເນື້ອໃນຂອງການຮ່ວມມືດ້ານການພັດທະນາ

ເບີ່ງກິດຈະກຳພັດທະນາຊົນນະບົດຂອງຜູ້ໃຫ້ທຶນຊ່ວຍເຫລືອ ໃນ ສປປ ລາວ.

ດາວໂຫຼດແຜນທີ່ສຳເລັດຮູບ

ດາວໂຫຼດແຜນທີ່ ແລະ ເອກະສານຕ່າງໆ.

ຊຸດຂໍ້ມູນ

ນຳໃຊ້ຊຸດຂໍ້ມູນເພື່ອເບິ່ງສະພາບລວມຂອງພື້ນທີ່, ກວດເບິ່ງທີ່ມາຂອງຊຸດຂໍ້ມູນ ແລະ ດາວໂຫຼດຊຸດຂໍ້ມູນທີ່ມີຢູ່ໃນລະບົບ.

ສິ່ງພິມ

ດາວໂຫຼດສິ່ງພິມຕ່າງໆທີ່ຈັດພິມໂດຍ CDE…

ກ່ຽວກັບ ເວທີ ແລກປ່ຽນຂໍ້ມູນ-ຂ່າວສານ ດັ່ງກ່າວນີ້

ເວທີ ແລກປ່ຽນຂໍ້ມູນ-ຂ່າວສານ ຂອງ ລັດຖະບານ ສປປ ລາວ ນຳສະເໜີເຄື່ອງມືທີ່ມີຄວາມສະດວກ ໃນການຄົ້ນຫາ, ວິເຄາະ ແລະ ດາວໂຫຼດ ຂໍ້ມູນ ທີ່ເຊື່ອມສານ ແລະ ແລກປ່ຽນກັນລະຫວ່າງ ຂະແໜງການຕ່າງໆຂອງລັດຖະບານ ຢູ່ ສປປ ລາວ. ເວທີ ແລກປ່ຽນຂໍ້ມູນ-ຂ່າວສານ ດັ່ງກ່າວນີ້ ສາມາດຊ່ວຍເປັນບ່ອນອີງໃຫ້ແກ່ ການວາງແຜນ ແລະ ການຕັດສິນບັນຫາ ເພື່ອສົ່ງເສີມການຄຸ້ມຄອງທີ່ດິນແບບຍືນຍົງໃຫ້ເປັນເອກະພາບ ທັງເປັນການອະນຸລັກ ແລະ ປົກປັກຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ຂອງປະເທດ.
ເວທີດັ່ງກ່າວໄດ້ຖືກພັດທະນາເປັນສ່ວນຫນຶ່ງຂອງໂຄງການຄວາມຮູ້ເພື່ອການພັດທະນາ (K4D), ໄດ້ຮັບການສະຫນັບສະຫນູນດ້ານວິຊາການໂດຍ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລ Bern, ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກ ອົງການເພື່ອການພັດທະນາ ແລະ ການຮ່ວມມືສະວິດ (SDC). ລະບົບດັ່ງກ່າວຈັດເກັບ ແລະ ຄຸ້ມຄອງໂດຍກະຊວງກະສິກໍາ ແລະ ປ່າໄມ້ (MAF), ແລະ ຊຸດຂໍ້ມູນຂອງແຕ່ລະຂະແໜງການ ແມ່ນຖືກສະໜອງ ແລະ ຄຸ້ມຄອງໂດຍຫ້ອງການ ແລະ ກະຊວງທີ່ກ່ຽວຂ້ອງ.

ຂໍ້ມູນ ແລະ ຂ່າວສານ ແບ່ງປັນໂດຍ:

ສະໜັບສະໜູນໂດຍ: