ປື້ມແຜນທີ່
ປື້ມແຜນທີ່ເສດຖະກິດ-ສັງຄົມ ຂອງ ສປປ ລາວ – ສະພາບລວມ ແລະ ທ່າອ່ຽງຈາກປີ 2005 ຫາ 2015
ປື້ມແຜນທີ່ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເຫຼັ້ມໄໝ່ນີ້ສະໜອງຂໍ້ມູນທີ່ມີຄວາມລະອຽດສູງ ແລະ ລົງເລິກໃນຫຼາຍມິຕິ ເຊິ່ງສາມາດເຮັດໃຫ້ເຂົ້າໃຈໄດ້ເລິກເຊິ່ງ ທາງດ້ານພູມສັນຖານ ແລະ ສະພາບການໂດຍລວມຂອງ ປະຊາກອນ, ຄຸນລັກສະນະຕ່າງໆທາງດ້ານສະພາບເສດຖະກິດ-ສັງຄົມ ຂອງພົນລະເມືອງ ໃນ ສປປ ລາວ. ໃນນັ້ນ ມັນໄດ້ຮວບຮວມເອົາຂໍ້ມູນສະຖິຕິ ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຈາກການສໍາຫຼວດ ສອງຄັ້ງຫຼ້າສຸດທີ່ຜ່ານມາ ຄືໃນປີ 2005 ແລະ ປີ 2015 ເຊິ່ງມີຂໍ້ມູນລະອຽດທາງດ້ານພູມສາດ ເພື່ອນໍາສະເໜີໃຫ້ເຫັນສະພາບຄວາມເປັນຢູ່ຂອງປະຊາຊົນ ໃນຮູບແບບຊຸດຂໍ້ມູນແຜນທີ່ແບບໄໝ່ທີ່ມີລາຍລະອຽດສະເພາະດ້ານ ທີ່ມາພ້ອມກັບຄໍາອະທິບາຍຕ່າງໆ.
ດາວໂຫຼດແຜນທີ່ສະບັບເຕັມ
00 ສາລະບານ
01 ພາກສະເໜີ
02 ກ່ຽວກັບປະຊາກອນ
03 ການຍົກຍ້າຍ
04 ການຮູ້ໜັງສື ແລະ ການສຶກສາ
05 ສຸຂະພາບ
06 ຊົນເຜົ່າ ແລະ ສາສະໜາ
07 ກິດຈະກຳດ້ານເສດຖະກິດ
08 ເງື່ອນໄຂການດຳລົງຊິວິດ
09 ຄວາມທຸກຍາກ
10 ເອກະສານອ້າງອີງ

ເບີ່ງປື້ມດີຈີຕອລ

ແຜນທີ່ກະສິກໍາໃນ ສປປ ລາວ – ສະພາບລວມ ແລະ ການປ່ຽນແປງ ລະຫວ່າງປີ 1999 ຫາ 2011

ປື້ມແຜນທີ່ເຫຼັ້ມໄໝ່ນີ້ ແມ່ນຜົນງານຈາກການຮ່ວມມືກັນລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ (ກປ) ແລະ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຂອງມະຫາວິທະຍາໄລເບີນ ທີ່ໄດ້ຮວບຮວມເອົາຂໍ້ມູນສະຖິຕິ ຈາກການສໍາຫຼວດສະຖິຕິກະສິກໍາທັງສອງຄັ້ງທີ່ຜ່ານມາ ເຊິ່ງມັນປະກອບດ້ວຍຂໍ້ມູນທາງພູມີສາດ (ຂໍ້ມູນແຜນທີ່) ທີ່ນໍາສະເໜີຂໍ້ມູນເຕັກນິກຂອງຂະແໜງການ ກະສິກໍາທີ່ຄົບຖ້ວນສົມບູນ ແລະ ລະອຽດທີ່ສຸດ. ໃນນັ້ນ ບໍ່ພຽງແຕ່ສະໜອງຂໍ້ມູນແຜນທີ່ລົງເລິກທາງດ້ານສະພາບລວມຂອງຂະແໜງກະສິກໍາພາຍໃນປະເທດ ເທົ່ານັ້ນ, ມັນຍັງໄດ້ສະແດງໃຫ້ເຫັນເປັນລັກສະນະພາບທາງວົງກວ້າງທີ່ເຫັນໄດ້ ສະພາບຂອງການປ່ຽນແປງ ໃນແຕ່ລະໄລຍະຂອງການສໍາຫຼວດກະສິກໍາ ຢູ່ຂັ້ນບ້ານ ໃນຂອບເຂດທົ່ວປະເທດອີກດ້ວຍ
ດາວໂຫຼດແຜນທີ່ສະບັບເຕັມ
1 ກ່ຽວກັບປື້ມແຜນທີ່
2 ສະພາບລວມຂອງຊາດ
3 ພາກສະເໜີ
4 ພາບລວມດ້ານກະສິກໍາ
5 ພືດລົ້ມລຸກ
6 ພືດຢືນຕົ້ນ
7 ສັດລ້ຽງ
8 ເອກະສານອ້າງອີງ

ເບີ່ງປື້ມດີຈີຕອລ

ປື້ມແຜນທີ່ ກ່ຽວກັບ ເສດຖະກິດ-ສັງຄົມ ຂອງ ສປປ ລາວ

ປື້ມແຜນທີ່ກ່ຽວກັບເສດຖະກິດ-ສັງຄົມຫົວນີ້ ​ແມ່ນ​ນຳ​ສະ​ເໜີຊຸດ​ແຜນ​ທີ່ ​ທີ່​ມີ​ຄວາມ​ລະອຽດ​ຄົບຖ້ວນ​ກ່ຽວກັບ​ພາບ​ລວມດ້ານ​ເສດຖະກິດ-ສັງຄົມ ຂອງ​ພົນລະ​ເມືອງຢູ່​ ສປປ ລາວ. ຊຶ່ງ​ມັນ​ເປັນຄັ້ງທຳ​ອິດທີ່​ໄດ້​ນຳ​ເອົາ​ຂໍ້​ມູນ​ຈາ​ກການ​ສຳຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ ປີ 2005 ​ເຂົ້າມາ​ກຳນົດສ້າງ​ເປັນ​ແຜນ​ທີ່​ ທີ່​ມີ​ຄຸນນະພາບສູງ ແລະ ມີລັກສະນາເລິກເຊິ່ງກວ້າງຂວາງ ແລະ ທັງແຍກໃຫ້ເຫັນການແຈກຢາຍທາງດ້ານຂໍ້ມູນ.

ດາວໂຫຼດເອກະສານສະບັບເຕັມ

Live version: https://www.decide.k4d.la/atlas05

ເບີ່ງປື້ມດີຈີຕອລ

ບົດລາຍງານ ການເຮັດຄົ້ນຄວ້າ
ການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດຢູ່ ສປປ ລາວ: ການຈຳແນກຄຸນລັກສະນະ ແລະ ຜົນກະທົບ ຈາກການລົງທຶນໃນຂົງເຂດທີ່ດິນ
ບົດລາຍງານນີ້ ນຳສະເໜີຜົນໄດ້ຮັບ ຈາກການວິເຄາະຂໍ້ມູນ ການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດປີ 2017 (LCI) ແລະ ການປະເມີນຄຸນນະພາບການລົງທຶນ (QI) ຢູ່ສປປ ລາວ. LCI ແລະ QI ເປັນຖານຂໍ້ມູນ ຂອງລັດຖະບານ ໂດຍໄດ້ເຊື່ອມສານຂໍ້ມູນ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ຂອງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍການຮ່ວມມືກັນ ຂອງ ກຊສ, ກຜທ, ກປ ແລະ ພບ ໃນຊ່ວງປີ 2016-2017. ບົດລາຍງານດັ່ງກ່າວ ມີສອງສະບັບ. ບົດລາຍງານ ສະບັບນ້ອຍ ໃນນາມລັດຖະບານ ນຳສະເໜີ ຂໍ້ມູນ ກ່ຽວກັບ ຄຸນລັກສະນະ ແລະ ແນວໂນ້ມທີ່ສຳຄັນ ຂອງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດຢູ່ ສປປ ລາວ. ບົດລາຍງານ ສະບັບນີ້ ເຮັດເປັນສະເພາະ ພາສາລາວ ເທົ່ານັ້ນ. ບົດລາຍງານ ສະບັບສົມບູນ ໃນນາມໂຄງການ ເປັນການວິເຄາະຂໍ້ມູນ ແບບເຊື່ອມສານ ລະຫວ່າງ ຂໍ້ມູນ LCI, QI ແລະ ຖານຂໍ້ມູນ ແຫ່ງຊາດ ກ່ຽວກັບ ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ເພື່ອນຳສະເໜີ ຄຸນລັກສະນະ ແລະ ແນວໂນ້ມ ທີ່ສຳຄັນ, ແລະ ສະພາບແວດລ້ອມ ຂອງພື້ນທີ່ໆ ມີການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດຢູ່ ສປປ ລາວ ລວມທັງຜົນກະທົບ ຂອງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຕໍ່ກັບ ສິ່ງແວດລ້ອມທຳມະຊາດ, ຊີວິດການເປັນຢູ່, ການຈ້າງງານ ແລະ ອື່ນໆ. ບົດລາຍງານນີ້ ຍັງລວມເອົາຜົນ ຂອງການຈັດລະດັບໃຫ້ຄະແນນໃນການປະເມີນຄຸນນະພາບການລົງທຶນ. ບົດລາຍງານສະບັບນີ້ ມີທັງສະບັບ ພາສາລາວ ແລະ ອັງກິດ.

ດາວໂຫຼດບົດລາຍງານສະບັບຫຍໍ້
ດາວໂຫຼດບົດລາຍງານສະບັບສົມບູນ

ການສຶກສາ ຄູ່ຮ່ວມພັດທະນາ ໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ
ບົດລາຍງານຫຍໍ້ນີ້ ສັງລວມ ຜົນໄດ້ຮັບເບື້ອງຕົ້ນ ຈາກການສຶກສາ ບັນດາໂຄງການພັດທະນາ ຂອງຄູ່ຮ່ວມພັດທະນາ ໃນຂົງເຂດກະສິກຳ, ການພັດທະນາຊົນນະບົດ ແລະ ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ. ຂໍ້ມູນ ກ່ຽວກັບ ໂຄງການ ຂອງບັນດາຄູ່ຮ່ວມພັດທະນາດັ່ງກ່າວ ສາມາດເຂົ້າເບິ່ງໄດ້ທີ່ oda.decide.la, ແລະ ທ່ານສາມາດ ສົ່ງຂໍ້ມູນໃໝ່ ຫຼື ຂໍ້ມູນທີ່ໄດ້ມີການອັບເດດ ມາທີ່ອີເມວ: info@k4d.la

ດາວໂຫຼດເອກະສານສະບັບເຕັມ

ການປະເມີນຄຸນນະພາບຂອງການລົງທຶນ: ວິທີວິທະຍາໃນການເຮັດການປະເມີນຄຸນນະພາບຂອງບັນດາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ຢູ່ ສປປ ລາວ

ດາວໂຫຼດບົດສັງລວມຫຍໍ້
ດາວໂຫຼດເອກະສານສະບັບເຕັມ
ແບບຟອມສອບຖາມ ສຳລັບຂະແໜງກະສິກຳ ແລະ ປູກໄມ້
ແບບຟອມສອບຖາມ ສຳລັບຂະແໜງຂຸດຄົ້ນ ແລະ ບໍ່ແຮ່

ຄູ່ມືແນະນຳ ການນຳໃຊ້ຜົນໄດ້ຮັບຈາກການປະເມີນຄຸນນະພາບການລົງທຶນໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຢູ່ ສປປ ລາວ

ຄູ່ມືສະບັບນີ້ ອະທິບາຍ ກ່ຽວກັບ ວິທີການໃນການຄິດໄລ່ຄະແນນແຕ່ລະຕົວຊີ້ວັດໃນການຈັດລະດັບຄຸນນະພາບການລົງທຶນ ລວມທັງແຫຼ່ງຂໍ້ມູນ ທີ່ໃຊ້ໃນການປະເມີນ, ການຕີຄວາມໝາຍຂອງແຕ່ລະຄະແນນທີ່ໄດ້ ແລະ ຄວາມເປັນໄປໄດ້ໃນການນຳໃຊ້ຜົນໄດ້ຮັບຈາກການປະເມີນດັ່ງກ່າວເຂົ້າໃນວຽກງານການຄຸ້ມຄອງ, ຕິດຕາມກວດກາ ແລະ ວາງແຜນຍຸດທະສາດ ຂອງ ຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ຜົນໄດ້ຮັບທີ່ອະທິບາຍຢູ່ໃນຄູ່ມືສະບັບນີ້ ແມ່ນອີງໃສ່ການປະເມີນ 296 ໂຄງການ (ກະສິກຳ 90 ໂຄງການ, ປູກໄມ້ອຸດສາຫະກຳ 89 ໂຄງການ ແລະ ບໍ່ແຮ່ 117 ໂຄງການ) ຢູ່ 09 ແຂວງ: ອຸດົມໄຊ, ຫຼວງພະບາງ, ຊຽງຂວາງ, ວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ໃນລະຫວ່າງ ປີ 2014-2017. ການປະເມີນຄຸນນະພາບການລົງທຶນ ໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ຢູ່ ສປປ ລາວແມ່ນເປັນການຮ່ວມມື ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ, ກະຊວງ ກະສິກຳ ແລະ ປ່າໄມ້, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ກອບໂຄງການ ລາວ ດີຊາຍ ອິນໂຟ ໄລຍະ III.

ດາວໂຫຼດປື້ມຄູ່ມືສະບັບເຕັມ

ຜູ້ທີ່ທຸກຍາກຢູ່ບ່ອນໃດ? ແຜນທີ່ດ້ານຄວາມທຸກຍາກຂອງ ສປປ ລາວ ອີງໃສ່ຜົນການສຳຫຼວດ ປະຈຳປີ 2015

ບົດລາຍງານສະບັບນີ້ໄດ້ສັງລວມຂໍ້ມູນ ແລະ ນໍາສະເໜີກ່ຽວກັບໂຄງສ້າງ ແລະ ຜົນໄດ້ຮັບຈາກການສຶກສາວິເຄາະແຜນທີ່ດ້ານຄວາມທຸກຍາກທີ່ອີງໃສ່ຜົນການສໍາຫຼວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນຄັ້ງທີ 5 ສົກປີ 2012/13 ຂອງ ສປປ ລາວ ແລະ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສປະຈໍາປີ 2015. ຕົວຊີ້ວັດດ້ານຄວາມທຸກຍາກໃນແງ່ ການເງິນ ແລະ ບໍ່ແມ່ນໃນແງ່ການເງິນ ໄດ້ຖືກນໍາສະເໜີແບ່ງຕາມລະດັບການບໍລິຫານ ຄື: ລະດັບແຂວງ ແລະ ລະດັບເມືອງ. ສໍາລັບຕົວຊີ້ວັດຄວາມທຸກຍາກທີ່ບໍ່ແມ່ນໃນແງ່ການເງິນ ແມ່ນມີການພົວພັນກັນຢ່າງສະໜິດແໜ້ນກັບ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ສາມາດຄິດໄລ່ໄດ້ຢ່າງງ່າຍດາຍ ໂດຍໃຊ້ຖານຂໍ້ມູນການສໍາຫຼວດພົນລະເມືອງໄດ້ໂດຍກົງ. ແຕ່ວ່າ ສໍາລັບຕົວຊີ້ວັດຄວາມທຸກຍາກໃນແງ່ການເງິນ ເຫັນວ່າ ຕ້ອງໄດ້ອີງໃສ່ວິທີການຕາມຫຼັກສະຖິຕິ ໂດຍການນໍາໃຊ້ການສໍາຫຼວດ ແລະ ຂໍ້ມູນຂອງການສໍາຫຼວດພົນລະເມືອງ ເພື່ອປະເມີນເບິ່ງອັດຕາດ້ານຄວາມທຸກຍາກ ແລະ ບັນດາຄ່າຂອງບັນດາຕົວຊີ້ວັດຄວາມທຸກຍາກໃນແງ່ການເງິນຢູ່ຂັ້ນທ້ອງຖິ່ນ.
ຜົນຂອງການສໍາຫຼວດຊີ້ໃຫ້ເຫັນວ່າ ບັນດາຕົວຊີ້ວັດຕ່າງໆນັ້ນ ຍັງມີຄວາມແຕກໂຕນກັນຫຼາຍຢູ່ໃນລະດັບແຂວງ ແລະ ເມືອງ, ເຊິ່ງມັນກໍຈະຊ່ວຍເພີ່ມຄວາມເປັນໄປໄດ້ ໃນການກໍານົດພື້ນທີ່ເປົ້າໝາຍໄດ້ຢ່າງມີປະສິດທິຜົນຫຼາຍຂຶ້ນ. ນອກຈາກນັ້ນ, ຍັງເຫັນໄດ້ວ່າຄວາມສໍາພັນກັນລະຫວ່າງຕົວຊີ້ວັດຕ່າງໆແມ່ນຂ້ອນຂ້າງຕໍ່າ. ດ້ວຍເຫດນັ້ນ, ບັນດາຜູ້ກໍານົດນະໂຍບາຍຈຶ່ງຈໍາເປັນຕ້ອງມີຕົວຊີ້ວັດສະເພາະສໍາລັບຈຸດປະສົງ-ເປົ້າໝາຍຂອງແຜນງານ. ທັງນີ້ ກໍຍ້ອນວ່າ ການນໍາໃຊ້ຕົວຊີ້ວັດອັນດຽວກັນຈະບໍ່ສາມາດຮັບປະກັນດ້ານປະສິດທິພາບຂອງຜົນໄດ້ຮັບ ຂອງໂຄງການໄດ້ເລີຍ.
ດາວໂຫຼດເອກະສານສະບັບເຕັມ

ການຂະຫຍາຍຕົວດ້ານເສດຖະກິດ ເພີ່ມຂຶ້ນບໍ່ສອດຄ່ອງກັນບໍ? ການວິເຄາະດ້ານຄວາມທຸກຍາກທີ່ມີຫຼາຍມິຕິໃນ ສປປ ລາວ

ເລື່ອງລາວຂອງການຂະຫຍາຍຕົວທີ່ໜ້າອັດສະຈັນໃນຂົງເຂດອາຊີ ແລະ ການຫຼຸດຜ່ອນຄວາມທຸກຍາກ ໄດ້ພັກດັນໃຫ້ມີການພັດທະນາທີ່ກ້າວກະໂດດ ເຊິ່ງທຽບເທົ່າກັບ ການຂະຫຍາຍຕົວດ້ານເສດຖະກິດ ໃນລະດັບສູງ ແລະ ມີຄວາມຍືນຍົງກັບຄວາມກ້າວໜ້າ ດ້ານຊີວິດການເປັນຢູ່ທີ່ດີຂອງປະຊາຊົນ. ແຕ່ວ່າ ຄວາມເຂົ້າໃຈຕໍ່ກັບບັນຫາການພັດທະນາໃນແງ່ຂອງການຂະຫຍາຍຕົວ ດ້ານເສດຖະກິດພຽງດ້ານດຽວ ແມ່ນຍັງບໍ່ທັນພຽງພໍ. ໃນເອກະສານນີ້ ໄດ້ຊີ້ໃຫ້ເຫັນທັດສະນະຄະຕິທີ່ແຕກຕ່າງອອກໄປ ກ່ຽວກັບຜົນກະທົບທີ່ອາດເປັນໄປໄດ້ ຂອງການຂ້າມຜ່ານຈາກເສດຖະກິດແບບທໍາມະຊາດ ໄປສູ່ ເສດຖະກິດຕະຫຼາດ. ພວກເຮົາໄດ້ນໍາໃຊ້ ຮູບແບບ ວິທີການວິເຄາະດ້ານຄວາມທຸກຍາກທີ່ສາມາດເຫັນໄດ້ຫຼາຍມິຕິ ກັບຂໍ້ມູນທີ່ໄດ້ຕົບແຕ່ງແລ້ວ ໃນຊ່ວງໄລຍະ ລະຫວ່າງປີ 2003 ຫາ ປີ 2013. ຜົນໄດ້ຮັບ ຊີ້ໃຫ້ເຫັນວ່າ ບັນດາຜົນປະໂຫຍດຕ່າງໆ ບໍ່ໄດ້ຖືກແຈກຢາຍອອກໄປຢ່າງເທົ່າທຽມກັນ ເຊັ່ນ: ອັດຕາ 50 ສ່ວນຮ້ອຍ ຂອງປະຊາຊົນຜູ້ທຸກຍາກ ໄດ້ມີການເໜັງຕີງໄປ-ມາ, ແລະ ອີກເຄິ່ງໜຶ່ງກໍແມ່ນ ປະຊາຊົນທີ່ບໍ່ຖືວ່າທຸກຍາກ ມີຢູ່ (37%) ຫຼື ຜູ້ທຸກຍາກແທ້ໆ ມີຢູ່ (13%).
ດາວໂຫຼດເອກະສານສະບັບເຕັມ

ການເຊົ່າ ແລະ ສຳປະທານທີ່ດິນໃນ ສປປ ລາວ

ເອກະສານຕີພິມສະບັບນີ້ໃຫ້ພາບລວມຂອງປະເທດລາວຄັ້ງທຳອິດ ທີ່ມີການເຜີຍແຜ່ກ່ຽວກັບການສຳປະທານ ແລະ ການເຊົ່າທີ່ດິນໃນ ສປປ ລາວ, ເປັນເອກະສານເຊິ່ງໄດ້ມີການລິເລີ່ມຂຶ້ນເພື່ອຕອບສະໜອງຕໍ່ການຂະຫຍາຍຕົວຢ່າງໄວວາໃນການເຈລະຈາຕົກລົງ ກ່ຽວກັບເລື້ອງຂອງທີ່ດິນ ແລະ ກໍ່ເພື່ອໃຫ້ສອດຄ່ອງຕໍ່ຄວາມຮຽກຮ້ອງຕ້ອງການໃຫ້ມີຂໍ້ມູນທີ່ນຳມາຍັງການປະເມີນຄ່າ (ລາຄາ) ທີ່ເປັນ ມາດຕະຖານໃນທົ່ວປະເທດ. ການວິເຄາະແມ່ນອິງໃສ່ຖານຂໍ້ມູນຈາກ ລັດຖະບານກ່ຽວກັບການລົງທຶນດ້ານທີ່ດິນ ເຊິ່ງລວມມີທັງ ການອ້າງອີງຈາກຂໍ້ມູນທາງສະຖິຕິ ແລະ ທາງພື້ນທີ່ອານາເຂດທີ່ກວ້າງໄກ, ໂດຍໃຫ້ມີການປະສານລວມເຂົ້າກັບຂອບເຂດດ້ານເສດຖະກິດ-ສັງຄົມ ແລະ ຊີວະພາບ (ທຳມະຊາດ) ທີ່ບໍ່ໝັ້ນຄົງ. ເອກະສານຕີພິມສະບັບນີ້ ໃຫ້ຄວາມເຂົ້າໃຈຢ່າງເລິກເຊິງຕໍ່ກັບປະເດັ່ນທີ່ສຳຄັນເຕັມໄປດ້ວຍການໂຕ້ວາທີວ່າດ້ວຍການລົງທຶນດ້ານທີ່ດິນ ແລະ ຍັງໃຫ້ການສຶກສາທີ່ມີຄຸນຄ່າ ໃນການຫາມາດຕະຖານສຳລັບການສົມທຽບ ໃຫ້ແກ່ການຄົ້ນຄວ້າ ແລະ ການໃຫ້ຄວາມຮູ້, ເປັນຫຼັກຖານພື້ນຖານ ໃນການວາງແຜນນະໂຍບາຍ.
ດາວໂຫຼດເອກະສານສະບັບເຕັມ

ພູມສາດສະແດງຜົນກ່ຽວກັບເຂດຄວາມທຸກຍາກ ແລະ ຄວາມບໍ່ສະເໝີພາບໃນ ສປປ ລາວ

ການ​ສຶກສາກ່ຽວກັບ​ຄວາມທຸກ​ຍາກ ​ແລະ ຄວາມ​ບໍ່ສະ​ເໝີພາບ​ຢູ່ ສປປ ລາວ ຄັ້ງນີ້​ແມ່ນ​ນຳ​ສະ​ເໜີຂໍ້​ມູນ​ທີ່​ມີ​ຄວາມ​ລະອຽດສູງກ່ຽວກັບ​ການ​ແຈກ​ຍາຍ​ດ້ານ​ສະຫວັດດີກາ​ນສັງຄົມ​ ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຊຶ່ງ​ໄດ້​ກຳນົດ​ໂດຍ​ອີງ​ໃສ່​ຜົນ​ການຄາດ​ຄະ​ເນ​ຢູ່​ໃນ​ພື້ນທີ່​ຂະໜາດນ້ອຍ​ມາ​ໂຮມ​ເຂົ້າກັນ​ກັບ​ຂໍ້​ມູນ​ຈາກ​ການ​ສຳຫຼວດ ການ​ໃຊ້​ຈ່າຍ ​ແລະ ການ​ຊົມ​​ໃຊ້​ຢູ່​ລາວ​ປີ 2003 ​ແລະ ຂໍ້​ມູນ​ການ​ສຳຫຼວດພົນລະ​ເມືອງ ​ແລະ ທີ່ຢູ່​ອາ​ໄສ​ປີ 2005.
ດາວໂຫຼດເອກະສານສະບັບເຕັມ

ສັງລວມຫຍໍ້ ການຈັດຕາຕະລາງ
ສັງລວມຫຍໍ້ ການຈັດຕາຕະລາງ ຫຼື ຕາບູເລຊັນ ສາມາດໃຫ້ຂໍ້ມູນສະຖິຕິສະຫຼຸບລວມໂດຍມີການຈັດລະບຽບເປັນຕາຕະລາງ ໃນຮູບແບບເອກະສານທີ່ເປັນ ປີດີເອບຟ໌ (PDF) ແລະ ສາມາດເອົາໄປນຳໃຊ້ໄດ້ໃນການວິເຄາະ ຫຼື ປະກອບໃສ່ໃນບົດລາຍງານ. ນອກນັ້ນຂໍ້ມູນຍັງມີ ໃນຮູບແບບເອກະສານທີ່ ເປັນ ໄມໂຄຼຊອ໋ບເອັກແຊລ (MS Excel) ເພື່ອເອົາໄປນຳໃຊ້ສຳລັບເປັນແນວທາງ ຫຼື ການປະມວນຜົນ, ການສຳຫຼວດສ້າງແຜນທີ່ ແລະ ການວິເຄາະ. ປະຈຸບັນ ການຈັດຕາຕະລາງການສຳຫຼວດ ການກະສິກຳລາວ ໃນປີ 2010/11 ມີພ້ອມໃຫ້ໄດ້ນຳໃຊ້ກັນແລ້ວ.
 
ເຊື່ອມຕໍ່ໂດຍກົງ : https://www.decide.k4d.la/agricensus-tabulations
 
ນະໂຍບາຍໂດຍຫຍໍ້ ແລະ ບົດສັງລວມຂໍ້ມູນ
ການປ່ຽນແປງຄວາມປົກຫຸ້ມທີ່ດິນ ແລະ ການນຳໃຊ້ທີ່ດິນທີ່ເກີດຈາກການລົງທຶນໃນຂົງເຂດທີ່ດິນ ເພື່ອເປົ້າໝາຍທາງດ້ານການຄ້າ ຢູ່ ສປປ ລາວ: ໂອກາດໃນການປັບປຸງການຄຸ້ມຄອງໃຫ້ດີຂື້ນ

ລັດຖະບານ ສປປ ລາວ ໄດ້ສົ່ງເສີມ ແລະ ຖືເອົາການລົງທຶນໃນຂົງເຂດທີ່ດິນ ເພື່ອເປົ້າໝາຍທາງດ້ານການຄ້າ ເປັນຍຸດທະສາດໃນການພັດທະນາປະເທດຊາດ. ຕໍ່ບັນຫາດັ່ງກ່າວ, ມັນໄດ້ມີການປ່ຽນແປງທາງດ້ານການນຳໃຊ້ ແລະ ການປົກຫຸ້ມເນື້ອທີ່ດິນ. ເຊິ່ງໃນພາກຈັດຕັ້ງປະຕິບັດຕົວຈິງ ຖືວ່າຍັງບໍ່ທັນໄດ້ຮັບຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ກວ້າງຂວາງເທົ່າທີ່ຄວນ. ເປັນຕົ້ນແມ່ນແນວທາງການຈັດຕັ້ງປະຕິບັດ ທີ່ຕິດພັນກັບວຽກງານການຫັນປ່ຽນຂອງປ່າໄມ້ ແລະ ດິນກະສິກຳ. ເຖິງແມ່ນວ່າ ການຂະຫຍາຍຕົວຂອງເສດຖະກິດ ໄດ້ອີງໃສ່ການລົງທຶນໃນຂົງເຂດທີ່ດິນເພື່ອເປົ້າໝາຍດ້ານການຄ້າ ຖືເປັນບູລິມະສິດຂອງລັດຖະບານກໍຕາມ, ໃນຕົວຈິງ ເຫັນໄດ້ວ່າມີບາງບັນຫາ ທີ່ຍັງຂັດແຍ່ງກັບເປົ້າໝາຍການພັດທະນາດ້ານອື່ນໆ. ເປັນຕົ້ນແມ່ນ ທາງດ້ານການຄຸ້ມຄອງບໍລິຫານ ແລະ ການປົກປັກຮັກສາປ່າໄມ້, ການຄໍ້າປະກັນສະບຽງອາຫານແຫ່ງຊາດ, ການຂະຫຍາຍຕົວທາງດ້ານການຜະລິດກະສິກໍາເພື່ອເປັນສິນຄ້າ, ການຜະລິດພະລັງງານ ແລະ ການພັດທະນາຊົນນະບົດ.

ລະບົບຂໍ້ມູນກ່ຽວກັບ ການປ່ຽນແປງການນຳໃຊ້ ແລະ ການປົກຫຸ້ມຂອງເນື້ອທີ່ດິນ, ຮວມເຖິງການເກັບກຳ ແລະ ການວິເຄາະຂໍ້ມູນ ມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ ເພື່ອຊຸກຍູ້ໃຫ້ແກ່ການຕັດສິນບັນຫາ ແລະ ເປັນບ່ອນອີງ ໃຫ້ແກ່ການວາງນະໂຍບາຍ ໃນການ ດຸ່ນດ່ຽງ ເປົ້າໝາຍການພັດທະນາຂອງລັດຖະບານ. ໃນປະຈຸບັນ ສິ່ງທີ່ສຳຄັນທາງດ້ານການລົງທຶນໃສ່ເນື້ອທີ່ດິນ ເພື່ອເປົ້າໝາຍທາງດ້ານການຄ້າ ຖືວ່າຍັງຢູ່ໃນໄລຍະຂອງການຊອກຄົ້ນ-ສຳຫຼວດ ເຊິ່ງມັນຮຽກຮ້ອງໃຫ້ມີມາດຕະການທີ່ສອດຄ່ອງ ແລະ ເໝາະສົມ ເພື່ອປ້ອງກັນບໍ່ໃຫ້ເກີດມີສະພາບການປ່ຽນແປງຂອງການນຳໃຊ້ ແລະ ການປົກຫຸ້ມເນື້ອທີ່ດິນ ທີ່ມີລັກສະນະບໍ່ຍືນຍົງ ພ້ອມທັງເປັນການສະໜັບສະໜູນໃຫ້ແກ່ການຈັດຕັ້ງປະຕິບັດແຜນແມ່ບົດແຫ່ງຊາດ ດ້ານການຈັດສັນທີ່ດິນ ໃຫ້ປະສົບຜົນສຳເລັດ ອີກດ້ວຍ.

ດາວໂຫຼດເອກະສານສະບັບເຕັມ

ການລົງທຶນໃນຂົງເຂດທີ່ດິນເພື່ອເປົ້າໝາຍທາງການຄ້າ ເປັນການສ້າງໂອກາດ ໃນການຈ້າງງານ ແລະ ປະກອບສ່ວນໃນການສ້າງຄວາມຫຼາກຫຼາຍ ດ້ານເສດຖະກິດ ຂອງຄົວເຮືອນຢູ່ໃນເຂດຊົນນະບົດແທ້ບໍ?

ການລົງທຶນໃນຂົງເຂດທີ່ດິນເພື່ອເປົ້າທາງການຄ້າ ໄດ້ຮັບການສົ່ງເສີມຢ່າງແຂງແຮງຈາກລັດຖະບານ ເພື່ອເປັນຕົວຂັບເຄື່ອນ ສຳລັບການເຕີບໂຕທາງດ້ານເສດຖະກິດ ແລະ ປະກອບສ່ວນ ໃນການຫັນຈາກເສດຖະກິດແບບກຸ້ມຢູ່ກຸ້ມກິນ ໄປສູ່ການດຳລົງຊີວິດ ແບບການຈ້າງງານ ທີ່ສາມາດສ້າງລາຍຮັບທີ່ດີ ແລະ ໝັ້ນຄົງກວ່າ ຢູ່ເຂດຊົນນະບົດ. ບົດສັງລວມບັນຫາໂດຍຫຍໍ້ເພື່ອສະທ້ອນເຖິງນະໂຍບາຍນີ້ ນໍາສະເໜີຜົນໄດ້ຮັບ ຈາກການວິເຄາະຂໍ້ມູນ ກ່ຽວກັບ ການລົງທຶນໃນຂົງເຂດທີ່ດິນເພື່ອເປົ້າທາງການຄ້າ ສາມາດບັນລຸຕາມຄວາມຄາດຫວັງດັ່ງກ່າວຄືແນວໃດ ໂດຍສະເພາະແມ່ນການປະກອບສ່ວນ ເຂົ້າໃນການປັບປຸງການຈ້າງງານ ຢູ່ໃນເຂດຊົນນະບົດ ຂອງສປປ ລາວ. ນອກຈາກນັ້ນ, ບົດສັງລວມນີ້ ຍັງນໍາສະເໜີບັນດາຂໍ້ສະເໜີແນະທີ່ເປັນຮູບປະທຳ ກ່ຽວກັບ ນະໂຍບາຍ ແລະ ມາດຕະການ ໃຫ້ແກ່ຜູ້ຕັດສິນບັນຫາ ແລະ ຜູ້ເຮັດຕົວຈິງ ຢູ່ໃນຂົງເຂດການສົ່ງເສີມການລົງທຶນໃນຂົງເຂດກະສິກຳ ເພື່ອເປົ້າໝາຍທາງດ້ານການຄ້າແບບຍືນຍົງຢູ່ ສປປ ລາວ.
ດາວໂຫຼດເອກະສານສະບັບເຕັມ

ຍົກສູງຄຸນນະພາບການລົງທຶນໃນຂົງເຂດທີ່ດິນແບບຫຼາຍມິຕິຢູ່ ສປປ ລາວ

ເຖິງແມ່ນວ່າ ການລົງທຶນໃນຂົງເຂດທີ່ດິນເພື່ອເປົ້າໝາຍທາງການຄ້າ ໄດ້ກາຍເປັນຕົວຂັບເຄື່ອນຕົ້ນຕໍ ໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ ທີ່ແຂງແຮງຢູ່ສປປ ລາວ ກໍ່ຕາມ, ການເພີ່ມຂຶ້ນຂອງລົງທຶນດັ່ງກ່າວໃນໄລຍະ ສອງທົດສະວັດທີ່ຜ່ານມາ ໄດ້ນໍາເອົາສິ່ງທ້າທາຍອັນໃໝ່ຕໍ່ກັບການພັດທະນາ, ໂດຍສະເພາະແມ່ນ ຜົນກະທົບດ້ານລົບ ຕໍ່ກັບສິ່ງແວດ ລ້ອມ ແລະ ຊີວິດການເປັນຢູ່ ຂອງທ້ອງຖິ່ນ. ເມື່ອບໍ່ດົນມານີ້, ລັດຖະບານ ແຫ່ງສປປ ລາວ ໄດ້ຮຽກຮ້ອງໃຫ້ມີການ ປະເມີນຄຸນນະພາບການລົງທຶນຢ່າງເປັນລະບົບ ເພື່ອກໍານົດການລົງທຶນທີ່ “ດີ” ແລະ ກໍາຈັດນັກລົງທຶນທີ່ “ບໍ່ດີ”. ບົດສັງລວມບັນຫາໂດຍຫຍໍ້ເພື່ອສະທ້ອນເຖິງນະໂຍບາຍນີ້ ນໍາສະເໜີຜົນການປະເມີນຄຸນະພາບການລົງທຶນ ຈໍານວນ 297 ໂຄງການຢູ່ໃນ ສປປ ລາວ ໂດຍອີງໃສ່ ຕົວຊີ້ວັດຫຼາຍມິຕິ ກ່ຽວກັບ ຄຸນນະພາບການລົງທຶນ ລວມມີ ຜົນກະທົບທາງດ້ານສິ່ງແວດລ້ອມ, ດ້ານເສດຖະກິດ ແລະ ສັງຄົມ ລວມທັງຄວາມສອດຄ່ອງກັບລະບຽບກົດໝາຍ. ນອກຈາກນີ້, ບົດສັງລວມນີ້ ຍັງນຳສະເໜີ ຂໍ້ສະເໜີແນະທີ່ເປັນຮູບປະທຳຈຳນວນໜຶ່ງ ກ່ຽວກັບ ດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ໃຫ້ແກ່ຜູ້ກຳນົດນະໂຍບາຍ ແລະ ຜູ້ເຮັດຕົວຈິງ ກ່ຽວກັບ ການກ້າວໄປສູ່ແນວທາງເພື່ອຍົກສູງຄຸນນະພາບການລົງທຶນ ແລະ ຄວາມສົມດຸນ ລະຫວ່າງ ອົງປະກອບຕົວຊີ້ວັດ ເພື່ອໃຫ້ບັນລຸໝາກຜົນໄດ້ຮັບທີ່ຍືນຍົງກວ່າ.
ດາວໂຫຼດເອກະສານສະບັບເຕັມ

ການລົງທຶນໃນຂົງເຂດທີ່ດິນ ເພື່ອເປົ້າໝາຍທາງການຄ້າຢູ່ ສປປ ລາວ: ມັນເຮັດໃຫ້ ຊີວິດການເປັນຢູ່ທີ່ດີຂຶ້ນ ຫຼື ເພີ່ມຄວາມທຸກຍາກ?

ບົດສັງລວມບັນຫາໂດຍຫຍໍ້ເພື່ອສະທ້ອນເຖິງນະໂຍບາຍນີ້ ຕອບສະໜອງຂໍ້ສະເໜີແນະທີ່ເປັນຮູບປະທຳຈຳນວນໜຶ່ງ ເພື່ອເປັນແນວທາງ ໃຫ້ແກ່ຜູ້ຕັດສິນບັນຫາ ແລະ ນັກພັດທະນາ ຢູ່ສປປ ລາວ. ຜົນໄດ້ຮັບອັນສຳຄັນທີ່ນຳສະເໜີຢູ່ໃນນີ້ ແມ່ນອີງໃສ່ ຜົນຂອງການວິເຄາະຂໍ້ມູນແບບເຊື່ອມສານ ລະຫວ່າງ ຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດ ແລະ ຖານຂໍ້ມູນດ້ານເສດຖະກິດ-ສັງຄົມ ແຫ່ງຊາດ ອື່ນທີ່ມີຢູ່.
ດາວໂຫຼດເອກະສານສະບັບເຕັມ

ບົດສັງລວມຂໍ້ມູນ ການເຊົ່າ ແລະ ສຳປະທານທີ່ດິນລັດ

ບົດສັງລວມຂໍ້ມູນ ຂອງແຂວງ ນຳສະເໜີຜົນໄດ້ຮັບຕົ້ນຕໍ ຈາກການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດ ຢູ່ຂອບເຂດທົ່ວປະເທດ ໃນຊ່ວງປີ 2016-2017 ຢູ່ແຕ່ລະແຂວງ. ສໍາລັບແຂວງ ອັດຕະປື, ເຊກອງ, ສາລະວັນ, ສະຫວັນນະເຂດ, ວຽງຈັນ, ຊຽງຂວາງ, ຫຼວງພະບາງ ແລະ ອຸດົມໄຊ ທີ່ມີການປະເມີນຄຸນນະພາບການລົງທຶນ ທີ່ໄດ້ລວມເອົາຜົນ ຂອງການ ປະເມີນ ຄຸນນະພາບການລົງທຶນ ເຂົ້າມາ.

ບົດສັງລວມຂໍ້ມູນ ຂອງແຂວງເຫຼົ່ານີ້ ແມ່ນອີງໃສ່ຂໍ້ມູນ ທີ່ໄດ້ ຈາກການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຢູ່ຂອບເຂດທົ່ວປະເທດ ໃນຊ່ວງປີ 2016-2017. ຊຶ່ງປັດຈຸບັນນີ້ມີແຕ່ ສະບັບພາສາລາວ ເທົ່ານັ້ນ.
ນະຄອນຫຼວງວຽງຈັນ ຜົງສາລີ ຫຼວງນ້ຳທາ ອຸດົມໄຊ
ບໍ່ແກ້ວ ຫຼວງພະບາງ ຫົວພັນ ໄຊຍະບູລີ
ຊຽງຂວາງ ແຂວງວຽງຈັນ ບໍລິຄຳໄຊ ຄຳມ່ວນ
ສະຫວັນນະເຂດ ສາລະວັນ ເຊກອງ ຈຳປາສັກ
ອັດຕະປື ໄຊສົມບູນ

ບົດສັງລວມຂໍ້ມູນ ຂອງແຂວງ ຫຼວງພະບາງ ແລະ ຊຽງຂວາງ ແມ່ນອີງໃສ່ຂໍ້ມູນ ທີ່ໄດ້ເຮັດການທົດລອງ ໃນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດ ໃນຊ່ວງປີ 2014. ສຳລັບບົດສັງລວມຂໍ້ມູນ ຂອງແຂວງ ແມ່ນມີທັງ ສະບັບ ພາສາລາວ ແລະ ອັງກິດ, ສ່ວນບົດສັງລວມຂໍ້ມູນ ຂອງເມືອງ ແມ່ນມີແຕ່ສະບັບພາສາລາວ.

ການສ້າງພື້ນທີ່ ເພື່ອປັບປຸງຂໍ້ມູນທີ່ເປັນວິທະຍາສາດ-ການແລກປ່ຽນນະໂຍບາຍ ໃນ ສປປ ລາວ

ຢູ່ໃນ ສປປ ລາວ, ໄດ້ມີຄວາມພະຍາຍາມທີ່ຈະເຮັດໃຫ້ມີການແລກປ່ຽນຂໍ້ມູນ ລະຫວ່າງ ນັກຄົ້ນຄວ້າວິທະຍາສາດ ແລະ ຜູ້ກໍານົດນະໂຍບາຍ. ຕໍ່ບັນຫາດັ່ງກ່າວ, ຈຶ່ງໄດ້ມີກອງປະຊຸມແລກປ່ຽນທາງດ້ານ “ວິທະຍາສາດ-ນະໂຍບາຍ” ຂຶ້ນເປັນຄັ້ງທໍາອິດໃນວັນທີ 13-14 ກຸມພາ 2014 ທີ່ ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວ ຖືວ່າ ທາງດ້ານຫຼັກການແມ່ນ ເປັນການສ້າງໂອກາດໃຫ້ມີການປຶກສາຫາລື ແລກປ່ຽນ ລະຫວ່າງພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເພື່ອໃຫ້ມີຄວາມເປັນເອກະພາບກັນທາງດ້ານເນື້ອໃນລະອຽດ ໃນທົ່ວປະເທດ. ທາງດ້ານວິຊາການກໍແມ່ນ ແນໃສ່ ໃນການຊອກຫາຄໍາຕອບຕໍ່ກັບບັນດາຄໍາຖາມຕໍ່ໄປນີ້: ຈະເຮັດແນວໃດເພື່ອໃຫ້ບັນດາການນໍາໃນແຕ່ລະຂະແໜງການສາມາດ ຮັບຮູ້ໄດ້ເຖິງ ສິ່ງທີ່ເປັນຄວາມຮູ້ໃໝ່ ຈາກການຄົ້ນຄວ້າທີ່ເປັນວິທະຍາສາດ? ແລະ ຈະເຮັດແນວໃດເພື່ອໃຫ້ບັນດານັກຄົ້ນຄວ້າເຫຼົ່ານັ້ນສາມາດສະໜອງຂໍ້ມູນທີ່ເປັນຄວາມຮູ້ໃໝ່ໆ ຈາກການຄົ້ນຄວ້າຂອງພວກເຂົາ ໃຫ້ແກ່ບັນດາການນໍາໄດ້ຢ່າງເຕັມເມັດເຕັມໜ່ວຍ? ກອງປະຊຸມແລກປ່ຽນທາງດ້ານ “ວິທະຍາສາດ-ນະໂຍບາຍ” ແມ່ນໄດ້ຈັດຂຶ້ນໂດຍການເປັນປະທານຮ່ວມມືຂອງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ໜ່ວຍງານ Policy Think Tank ຈາກສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ແລະ ໜ່ວຍງານຮັບຜິດຊອບວຽກງານຄົ້ນຄວ້າເພື່ອການພັດທະນາປະເທດ ຂອງສະວິສ (KFPE).
ດາວໂຫຼດເອກະສານສະບັບເຕັມ

ການສໍາປະທານທີ່ດິນ ແລະ ສັນຍາເຊົ່າ ໃນ ສປປ ລາວ

ໃນທົດສະວັດທີ່ຜ່ານມາ, ຖືໄດ້ວ່າແມ່ນໄລຍະທີ່ ໄດ້ມີການລົງທຶນໃນຂະແໜງທີ່ດິນ ຢູ່ ສປປ ລາວ ສູງພໍສົມຄວນ. ສິ່ງນີ້ແມ່ນຖືກສ້າງໃຫ້ເປັນຄ່ານິຍົມວ່າ ທີ່ດິນແມ່ນກໍາລັງຖືກນໍາມາໃຊ້ ແລະ ມູນຄ່າຈາກການລົງທຶນດັ່ງກ່າວຈະສາມາດນໍາມາພັດທະນາພື້ນຖານໂຄງລ່າງ, ປະກອບສ່ວນໃຫ້ແກ່ການແກ້ໄຂ ແລະ ຫຼຸດຜ່ອນຄວາມທຸກຍາກ, ແລະ ສາມາດນໍາມາຍົກລະດັບພື້ນຖານການຜະລິດໄດ້. ແຕ່ໃນຄວາມເປັນຈິງ ເຫັນວ່າຍັງຂາດການຄຸ້ມຄອງທີ່ເປັນລະບົບ, ຂໍ້ມູນສາທາລະນະກ່ຽວກັບການເຊົ່າ ແລະ ສໍາປະທານທີ່ດິນ ລວມເຖິງ ຂອດເຂດການວິເຄາະ, ການປຶກສາຫາລືທາງດ້ານເຕັກນິກ ພ້ອມກັບການເຮັດຕົວຈິງ ແມ່ນຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ. ສະນັ້ນ ການສັງລວມທາງດ້ານນະໂຍບາຍ ສາມາດສະຫຼຸບໄດ້ ເຖິງຜົນຮັບຕົວຈິງທາງດ້ານລາຍລະອຽດ ຈໍານວນຂອງໂຄງການເຊົ່າ-ສໍາປະທານທີ່ດິນ ທີ່ໄດ້ຈັດຕັ້ງປະຕິບັດເປັນຄັ້ງທໍາອິດໃນຂອບເຂດທົ່ວປະເທດ. ການຂຶ້ນບັນຊີໂຄງການໃນຄັ້ງນັ້ນ ແມ່ນໄດ້ມີຂຶ້ນໃນປີ 2007 ແລະ 2011 ເຊິ່ງແມ່ນລັດຖະບານ ເປັນຜູ້ຮັບຜິດຊອບ, ໂດຍໄດ້ຮັບການສະໜັບສະໜູນຈາກ BMZ/GIZ. ຈາກນັ້ນ ສູນ CDE ເປັນຜູ້ເຮັດການວິເຄາະຂໍ້ມູນ ໂດຍໄດ້ຮັບການສະໜັບສະໜູນຈາກອົງການ SDC.
ດາວໂຫຼດເອກະສານສະບັບເຕັມ

ການຕັ້ງເປົ້າໝາຍກ່ຽວກັບຄວາມທຸກຍາກຢູ່ໃນ ສປປ ລາວ

ກອງທຶນສໍາລັບການຫຼຸດຜ່ອນຄວາມທຸກຍາກແມ່ນຈໍາກັດ, ດັ່ງນັ້ນການແບ່ງປັນ ໃຫ້ມີປະສິດທິພາບ ເປັນສິ່ງທີ່ສໍາຄັນໃນການວາງແຜນພັດທະນາ. ວິທີການທົ່ວໄປທີ່ຈະເຮັດຂຶ້ນນີ້ ແມ່ນເພື່ອການປົວແປງ ການກະຈາຍ ການອາໄສຢູ່ຂອງປະຊາຊົນຜູ້ທຸກຍາກໃນ ແຜນທີ່, ແລະ ຫຼັງຈາກນັ້ນຈະກໍານົດ ເປົ້າຫມາຍຄວາມພະຍາຍາມ ການຫຼຸດຜ່ອນຄວາມທຸກຍາກ ໃນເຂດທີ່ມີສະພາບຂອງຄວາມທຸກຍາກທີ່ໃຫຍ່ທີ່ສຸດ. ແຕ່ວ່າວິທີການແບບນີ້ເຫັນວ່າຫຍຸ້ງຍາກ ແລະ ຍັງສ່ຽງທີ່ຈະບໍ່ໄດ້ຮັບຂໍ້ມູນ ຄວາມທຸກຍາກໃນວົງກວ້າງ. ບັນຫາດັ່ງກ່າວນີ້ ຖືເປັນ ບ່ອນອີງໃນການຄົ້ນຄວ້ານະໂຍບາຍທີ່ສະແດງໃຫ້ເຫັນ ວິທີການລະອຽດໃນການເຮັດວິເຄາະຂໍ້ມູນແຜນທີ່ ທີ່ຕ້ອງໄດ້ເຮັດຢ່າງລະມັດລະວັງ ເຊີ່ງມັນສາມາດຊີ້ໃຫ້ເຫັນ ລັກສະນະລວມ ທີ່ບໍ່ສາມາດເບີ່ງເຫັນໄດ້ໃນທັນທີ. ສີ່ງດັ່ງກ່າວນັ້ນ ຈະຊ່ວຍໃຫ້ສາມາດນຳໄປສູ່ການຕັ້ງເປົ້າໝາຍທີ່ດີກວ່າ, ມີຄວາມລະອຽດຊັດເຈນກວ່າ ໃນຮູບແບບແຜນທີ່ພູມສາດ ທີ່ແນໃສ່ເຂດມີຄວາມທຸກຍາກ, ແລະ ຍັງໃຫ້ເຫັນທາງດ້ານຄວາມແຕກຕ່າງ ແລະ ການນຳເອົາຂໍ້ມູນແຜນທີ່ເຊື່ອມໂຍງໃສ່ກັບແຜນພັດທະນາອີກດ້ວຍ.
ດາວໂຫຼດເອກະສານສະບັບເຕັມ

ໂພສເຕີ້
ໂພສເຕີ້ຕ່າງໆ ອີງໃສ່ຂໍ້ມູນລະອຽດຢູ່ຂັ້ນບ້ານ ທີ່ໄດ້ຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2005 ແລະ 2015

ໂພສເຕີ້ເຫຼົ່ານີ້ ນໍາສະເໜີຂໍ້ມູນແຜນທີ່ ໃນການຄັດຈ້ອນເອົາບັນດາຕົວປ່ຽນຕ່າງໆ ທີ່ໄດ້ຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2015, ພ້ອມກັບຂໍ້ມູນແຜນທີ່ ທີ່ສະແດງໃຫ້ເຫັນການປ່ຽນແປງຈາກບັນດາຕົວຊີ້ວັດຕ່າງໆ ຕັ້ງແຕ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2005.
ການສຶກສາກ່ຽວກັບປະຊາກອນທີ່ເອື່ອຍອີງ
ອັດຕາການລົງທະບຽນເຂົ້າຮຽນສຸດທິ
ການຮູ້ໜັງສື
ຄວາມທຸກຍາກ
ແຫຼ່ງພະລັງງານ
ສຸຂາພິບານ
ຂອບເຂດຂອງລະບົບນິເວດກະສິກໍາ ແລະ ຊົນເຜົ່າ
ບົດລາຍງານຜົນໄດ້ຮັບຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2015

ໂພສເຕີ້ແຜນທີ່ກ່ຽວກັບພື້ນຖານໂຄງລ່າງຂັ້ນບ້ານ ອີງຕາມຂໍ້ມູນຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2005 ແລະ 2015

ໂພສເຕີ້ເຫຼົ່ານີ້ ນໍາສະເໜີຂໍ້ມູນແຜນທີ່ຂອງພື້ນຖານໂຄງລ່າງຂັ້ນບ້ານ ອີງຕາມຂໍ້ມູນຈາກການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ປີ 2015, ພ້ອມທັງສະພາບລວມ ທີ່ໄດ້ມີການປ່ຽນແປງຂອງບັນດາຕົວຊີ້ວັດຕ່າງໆ ຕັ້ງແຕ່ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2005.
ການແຈກຢາຍຂອງພົນລະເມືອງ
ໂຮງຮຽນຕ່າງໆ
ສຸກສາລາ
ການຊົມໃຊ້ໄຟຟ້າ
ນ້ຳປະປາ
ຕະຫຼາດຕ່າງໆ
ເສັ້ນທາງເຂົ້າເຖີງໄດ້
ບົດລາຍງານຜົນໄດ້ຮັບຂັ້ນຕົ້ນຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2015

ຄູ່ມື
ຄູ່ມື: ລະບົບຖານຂໍ້ມູນການເຊົ່າ ແລະ ສຳປະທານທີ່ດິນລັດ(LCIS)

ຄູ່ມືນີ້ ອະທິບາຍ ຂະບວນການ, ກົນໄກ ແລະ ເຄື່ອງມື ໃນການສືບຕໍ່ປັບປຸງຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດຢ່າງເປັນລະບົບຕໍ່ເນື່ອງ ຢູ່ສປປ ລາວ ແລະ ພ້ອມທັງສາທິດ ວິທີການນຳໃຊ້ ລະບົບຖານຂໍ້ມູນການຂຶ້ນບັນຊີໂຄງການເຊົ່າ ແລະ ສຳປະທານທີ່ດິນ ຂອງລັດຢູ່ສປປ ລາວ ຫຼື Lao Land Lease and Concession Inventory System (LCIS). ຊຶ່ງປະກອບດ້ວຍ ຂະບວນການ ແລະ ຂັ້ນຕອນ ໃນການປັບປຸງ ຖານຂໍ້ມູນ, ບັນດາຂະແໜງການທີ່ມີສ່ວນກ່ຽວຂ້ອງ ໃນການຄຸ້ມຄອງຂໍ້ມູນ ລວມທັງ ການແບ່ງຄວາມຮັບຜິດຊອບຕາມວົງຈອນການໄຫຼວຽນຂໍ້ມູນ, ແບບຟອມ ທີ່ນໍາໃຊ້ເຂົ້າໃນການເກັບກໍາຂໍ້ມູນ, ສາທິດການນໍາໃຊ້ ລະບົບຖານຂໍ້ມູນ LCIS ແລະ ພື້ນຖານການນໍາໃຊ້ ໂປຼແກຼມ QGIS version 3.16. ຄູ່ມືສະບັບນີ້ ຍັງສາມາດເປັນ ແນວທາງແນະນໍາ ສໍາລັບ ຜູ້ຊີ້ນໍາ-ນໍາພາ ຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ຮັບຜິດຊອບການປັບປຸງຖານຂໍ້ມູນແບບເປັນລະບົບຕໍ່ເນື່ອງ.
ດາວໂລດຄູ່ມື